ເມສາ24

ປະຫວັດຄວາມເປັນມາຂອງ ວຄຄຂ                         

ຊື້ຜູ້ຂຽນ ຄູ ໄມສຸກ ຢ່າງເຈຍມົວ

I.    ປະຫວັດຄວາມເປັນມາ

    ວິທະຍາໄລຄູຄັງໄຂແມ່ນສະຖາບັນການສຶກສາທີ່ໄດ້ສືບທອດຈາກໂຮງຮຽນສ້າງຄູປະຖົມສູນກາງສ້າງຕັ້ງຂື້ນໃນປີ 1962–1963 ທີ່ຄັງຫົວນາໝີ
ຕົວເມືອງຊຳເໜືອ, ແຂວງຫົວພັນ.

   -   ໃນສົກຮຽນ 1965 - 1966 ໄດ້ປ່ຽນມາເປັນສ້າງຄູຊັ້ນກາງຂອງສູນກາງແນວລາວຮັກຊາດຊຶ່ງຕັ້ງຢູ່ທີ່ເມືອງວຽງໄຊ, ແຂວງຫົວພັນ.
   -   ໃນສົກຮຽນ 1978 - 1979 ໄດ້ປ່ຽນມາເປັນສ້າງຄູເລກ 3 ຂອງສູນກາງແນວລາວຮັກຊາດ,ຍ້ອນປະເທດຊາດໄດ້ມີການປ່ຽນແປງບາດລ້ຽວໃໝ່ຂອງ
ການປະຕິວັດ, ການສຶກສາກໍ່ໄດ້ຮັບການຂະ ຫຍາຍຕົວໄປພ້ອມໆກັນສະນັ້ນຈິ່ງໄດ້ຍົກຍ້າຍຈາກເມືອງວຽງໄຊມາຕັ້ງຢູ່ເມືອງຄຳ, ແຂວງຊຽງຂວາງ.
   -   ໃນສົກຮຽນ 1995 – 1996 ໄດ້ປ່ຽນມາເປັນໂຮງຮຽນສ້າງຄູຊຽງຂວາງ ( ຕັ້ງຢູ່ຄັງກິວ,ເມືອງແປກ, ແຂວງຊຽງຂວາງ ).
   -   ຍ້ອນຄວາມເຕີບໃຫຍ່ຂະຍາຍຕົວຂອງການສຶກສາແຫ່ງຊາດກໍ່ຄືການພັດທະນາວຽກງານສ້າງຄູໃນໄລຍະໃໝ່, ເພື່ອຕອບສະໜອງກັບຄວາມຮຽກຮ້ອງ
ຕ້ອງການໃນການພັດທະນາຊັບພະຍາກອນມະນຸດ. ມາຮອດວັນທີ່.16 / 10 / 1998 ຈິ່ງໄດ້ຕົກລົງສ້າງເປັນວິທະຍາໄລຄູຄັງໄຂຢ່າງເປັນທາງການຈົນເຖິ່ງປັດຈຸບັນນີ້.

II ວິທະຍາໄລຄູຄັງໄຂໃນປັດຈຸບັນ

   1/ ພາລະໜ້າທີ່ຂອງວິທະຍາໄລຄູຄັງໄຂ
ຕາມການມອບໝາຍຂອງກົມສ້າງຄູ, ກະຊວງສຶກສາທິການ, ວິທະຍາໄລຄູຄັງໄຂມີໜ້າທີ່ກໍ່ສ້າງຄູໃຫ້ແກ່ 2 ແຂວງພາກເໜືອຄື: ແຂວງຊຽງຂວາງແລະແຂວງຫົວພັນ, ນອກນັ້ນຍັງໄດ້ສ້າງຄູຊົນເຜົ່າຕາມໂຄງການ LABE ໃຫ້ແກ່ແຂວງຊຽງຂວາງ, ແຂວງຫົວພັນ, ແຂວງວຽງຈັນ, ແຂວງຫຼວງພະບາງ, ແຂວງບໍລິຄຳໄຊແລະເຂດພິເສດໄຊສົມບູນ.
       • ສຳລັບການສ້າງຄູໄດ້ດຳເນີນໄປຕາມຫຼັກສູດ 3 ລະບົບຄື:
      1/ ຮັບເອົານັກຮຽນທີ່ຮຽນຈົບຈາກມັດທະຍົມຕົ້ນແລະຄູບໍ່ໄດ້ມາດຖານມາຮຽນຕໍ່ 3 ປີຈະໄດ້ຮັັບປະກາສະນິຍະບັດຊັ້ນກາງແລະໄປສອນຊັ້ນປະຖົມສຶກສາ
ເອີ້ນວ່າລະບົບ 8+3.       2/ ຮັບເອົານັກຮຽນທີ່ຈົບມັດທະຍົມປາຍແລະຄູບໍ່ໄດ້ມາດຖານມາຮຽນຕໍ່ 1 ປີແລະ 2ປີ ໄດ້ຮັບປະກາສະນິຍາບັດຊັ້ນກາງແລະໄປສອນຊັ້ນປະຖົມສຶກສາ 11+1 , 11+2 ແລະ ອະນຸບານເອີ້ນວ່າລະບົບ 11+2 .
      3/ ຮັບເອົານັກຮຽນທີ່ຈົບມັດທະຍົມປາຍແລະຄູຊັ້ນກາງມາຮຽນຕໍ່ 3 ປີໄດ້ຮັບປະກາສະນິຍາບັດຊັ້ນສູງແລະ ໄປສອນຊັ້ນມັດທະຍົມຕົ້ນເອີ້ນວ່າລະບົບ 11+3 ເຊີ່ງລວມມີ 5 ສາຍຮຽນຄື:
   -   ສາຍວິທະຍາສາດສັງຄົມ
   -   ສາຍວິທະຍາສາດທຳມະຊາດ
   -   ສາຍຄະນິດສາດ
   -   ສາຍພາສາລາວ - ວັນນະຄະດີ
   -   ສາຍພາສາອັງກິດ

      • ໃນສົກຮຽນ2007 – 08ແລະສົກຮຽນ2008 – 2009ທາງໂຮງຮຽນກໍ່ໄດ້ເປີດຫຼັກສູດການຮຽນ - ການສອນຕໍ່ເນືອງ 2 ລະບົບຄື:
      1/ ຮັບເອົາພະນັກງານທີ່ຮຽນຈົບລະບົບ 11+1 ມາຮຽນຕໍ່ 3 ພາກຮຽນໄດ້ຮັບປະກາສະນິຍາບັດຊັ້ນສູງໄປສອນຊັ້ນມັດທະຍົມຕົ້ນເອີ້ນວ່າລະບົບ 11+1+2
      2/ ຮັບເອົາພະນັກງານທີ່ຮຽນຈົບລະບົບ 11+3 ມາຮຽນຕໍ່ 3 ພາກຮຽນໄດ້ຮັບປະກາສະນິຍາບັດັ້ນປະລິນຍາຕີໄປສອນຊັ້ນມັດທະຍົມປາຍເອີ້ນວ່າລະບົບ 11+3+2.
ໃນສົກຮຽນ2009 – 2010ໂຮງຮຽນໄດ້ເປີດຫຼັກສູດການຮຽນ - ການສອນປະລິນຍາຕີປົກກະຕິລະບົບ 11+5 ລວມມີ 5 ສາຍຮຽນຄື:
   -   ສາຍພູມີສາດ
   -   ສາຍພາສາລາວ - ວັນນະຄະດີ
   -   ສາຍຄະນິດສາດ
   -   ສາຍພາສາອັງກິດ
   -   ສາຍຟິຊິກສາດ
ນອກນີ້ທາງສະຖາບັນຍັງໄດ້ປະຕິບັດໜ້າທີ່ລວມຂອງຕົນອີກເຊັ່ນ:
   •    ບຳລຸງວິທີການນຳໃຊ້ຫຼັກສູດແລະວິທີສອນໃຫ້ແກ່ຄູ - ອາຈານຕາມຂອບເຂດຄວາມຮັບຜິດຊອບຂອງວິທະຍາໄລຄູຄັງໄຂແລະຕາມໂຄງການປັບປຸງຄຸນນະພາບການສຶກສາໄລຍະທີ່ I ທີ່ IIຂອງກະຊວງສຶກສາທິການ.
   •    ວິໄຈຫົວຂໍ້ເລື່ອງຕ່າງໆທີ່ເຫັນວ່າ, ມີຜົນປະໂຫຍດມາສູ່ການພັດທະນາຄຸນນະພາບການສຶກສາ,ແລະ ຊຸມຊົນ, ໂດຍສະເພາະໃຫ້ຄູ - ອາຈານມີຄວາມຮູ້, ຄວາມສາມາດຕາມ 5 ຫຼັກມູນການສຶກສາ.
   •    ອານຸລັກ , ສົ່ງເສີມມູນເຊື້ອສິລະປະວັດທະນາທຳ, ຮິດຄອງປະເພນີອັນດີງາມຂອງຊາດແລະທ້ອງຖິ່ນ. ບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດເພື່ອຊ່ວຍເຫຼືອຊຶ່ງກັນແລະກັນທາງດ້ານສັບສິນແລະສະຕິປັນຍາເຂົ້າໃນການພັດທະນາວິທະຍາໄລຄູຄັງໄຂ.
   •   ຈັດຕັ້ງປະຕິບັດຕາມໂຄງການຕ່າງໆຕາມການມອບໝາຍຂອງອຳນາດການປົກຄອງທ້ອງຖິ່ນ ແລະ ກະຊວງສຶກສາທິການ.
   2/ ໂຄງປະກອບການຈັດຕັ້ງ
   ໂດຍປະຕິບັດຕາມຂໍ້ຕົກລົງຂອງທ່ານລັດຖະມົນຕີວ່າການກະຊວງສຶກສາທິການສະບັບເລກທີ່1484 / ສສ. ສຄ/ 2002 ລົງວັນທີ່ 30 / 9 / 01 ວ່າດ້ວຍລະບົບຜູ້ບໍລິຫານສະຖາບັນສ້າງຄູ, ວິທະຍາໄລຄູ    ຄັງໄຂປະກອບດ້ວຍການຈັດຕັ້ງດັ່ງນີ້:
      1/ ສະພາທີປຶກສາວິທະຍາໄລຄູຄັງໄຂ
      2/ ສະພາວິຊາການ
      3/ ຜູ້ອຳນວຍການວິທະຍາໄລຄູ
      4/ ຮອງອຳນວຍການ 3 ທ່ານ
      5/ ມີ 10 ຫ້ອງການຂື້ນກັບ 33 ໜ່ວຍງານ.
   3/ ຂອບເຂດຄວາມຮັບຜິດຊອບ
   •   • ສ້າງຄູປະຖົມແລະຄູມັດທະຍົມຕົ້ນໃຫ້ແກ່ສອງແຂວງພາກເໜືອຊຽງຂວາງແລະຫົວພັນ. - ສ້າງຄູປະຖົມລະບົບ 8+3 ໃຊ້ເວລາກໍ່ສ້າງທັງໝົດ 3056
ຊົ່ວໂມງເທົ່າກັບ 130 ໜ່ວຍກິດ, ໃນນັ້ນ 47 , 27% ແມ່ນຮຽນກ່ຽວກັບວິຊາຄູ, 62,73 % ແມ່ນທົ່ວໄປບັງຄັບແລະວິຊາເລືອກ. - ສ້າງຄູປະຖົມ 11+1
ໃຊ້ເວລາໃນການກໍ່ສ້າງ 992 ຊົ່ວໂມງເທົ່າ 37 ໜ່ວຍກິດ,ໃນນັ້ນ 94% ແມ່ນວິຊາຄູ 6% ແມ່ນທົ່ວໄປບັງຄັບແລະວິຊາເລືອກ.
   •    ສ້າງຄູມັດທະຍົມຕົ້ນ 11+3 ແບ່ງເປັນ 3 ຂະແໜງຄື: - ຂະແໜງວິທະຍາສາດ - ຄະນິດສາດແມ່ນສ້າງຄູໄປສອນຄະນິດສາດແລະວິທະຍາສາທຳ
ມະຊາດໃນນັ້ນມັດທະຍົມຕົ້ນໃຊ້ເວລາທັງໝົດ2880ຊົ່ວໂມງເທົ່າກັບ 110 ໜ່ວຍກິດ, ໃນນັ້ນ 40,90% ແມ່ນວິຊາຄູ 59,10%ແມ່ນວິຊາທົ່ວໄປຕາມສາຍ
ແລະວິຊາເລືອກ.- ຂະແໜງວິທະຍາສາດສັງແມ່ນສ້າງຄູໄປສອນວິຊາພາສາລາວ, ພູມສາດ, ປະຫວັດສາດ, ສຶກສາພົນລະເມືອງແລະວິຊາເລືອກ
ຈຳນວນໜຶ່ງ ໃຊ້ເວລາທັງໝົດ 2880 ຊົ່ວໂມງເທົ່າກັບ 110 ໜ່ວຍກິດ,ໃນນັ້ນ 40,90%ແມ່ນວິຊາຄູ, 59,10% ແມ່ນວິຊາທົ່ວໄປຕາມສາຍແລະວິຊາເລືອກ.
- ຂະແໜງພາສາອັງກິດ ເປີດສອນໃນສົກປີ 1999 ເປັນຕົ້ນມາ.
   4/ ການຂັດເລືອກນັກຮຽນ ວິທະຍາໄລຄູຄັງໄຂກໍ່ຄືວິທະຍາໄລແຫ່ງຕ່າງໆໃນທົ່ວປະເທດຈະຮັບເອົານັກສຶກສາຕາມແຜນ ແບ່ງປັນຂອງກະຊວງສຶກສາທິການກຳນົດໃຫ້ເຊິ່ງມີສອງປະເພດຄື:
       1/ ນັກສຶກສາໃນແຜນ: ແມ່ນຈຳນວນນັກສຶກສາທີ່ມາຈາກພະແນກສຶກສາປະຈຳແຂວງທີ່ ກ່ຽວຂ້ອງສົ່ງມາໄດ້ຮັບເບ້ຍລ້ຽງຈາກລັດຖະບານ
ຕະຫຼອດໄລຍະການຮຽນ.
       2/ ນັກສຶກສານອກແຜນ: ແມ່ນນັກສຶກສາທີ່ໄດ້ຜ່ານການຂັດເລືອກດ້ວຍການສອບເສັງຈາກ ວິທະຍາໄລຄູຄັງໄຂໂດບອີງຕາມຕົວເລກແບ່ງປັນ
ຂອງກະຊວງສຶກສາທິການ,

ຜູ້ລົງຂ່າວ ຄູ ໄມສຸກ ຢ່າງເຈຍມົວວັນທີ່ລົງຂ່າວ:12 ເດືອນ 5 ປີ 2017,