ຕຸລາ 14

ວິທະຍາໄລຄູບ້ານເກີນມາແລກປ່ຽນບົດຮຽນກັບວິທະຍາໄລຄູຄັງໄຂ.

ຊື່ຜູ້ຂຽນ ອຈ

ໃນຕອນເຊົ້າຂອງວັນທີ 13 ພະຈິກ 2020 ຄະນະຄູ - ອາຈານ ຈາກວິທະຍາໄລຄູບ້ານເກິນມາຢ້ຽມຢາມ ຖອດຖອນບົດຮຽນທາງດ້ານວິຊາການກັບວິທະຍາໄລຄູຄັງໄຂ ຢູ່ທີ່ສະໂມສອນຂອງວິທະຍາໄລຄູຄັງໄຂ

ເຊິ່ງນໍາພາໂດຍທ່ານ ອາຈານ ຈັນທະມາລາ ສຸທໍາມະວົງ ຜູ້ອໍານວຍການວິທະຍາໄລຄູບ້ານເກິນ. ວິທະຍາໄລຄູຄັງໄຂໃຫ້ກຽດຕ້ອນຮັບໂດຍ ທ່ານ ອາຈານ ວັນນີ ຢ່າງເຈ້ຍມົວ ຜູ້ອໍານວຍການວິທະຍາໄລຄູຄັງໄຂ ພ້ອມດ້ວຍການເຂົ້າຮ່ວມຂອງບັນດາຄູ - ອາຈານ, ພະນັກງານໃນແຕ່ລະຫ້ອງການທັງສອງວິທະຍາໄລຄູເຂົ້າຮ່ວມ 50 ກວ່າທ່ານ. ໃນພິທີດັ່ງກ່າວ ເບື້ອງຕົ້ນທ່ານ ອາຈານ ວັນນີ ຢ່າງເຈ້ຍມົວ ຜູ້ອໍານວຍການວິທະຍາໄລຄູຄັງໄຂ ໄດ້ກ່າວຕ້ອນຮັບຢ່າງເປັນທາງການ ດ້ວຍນໍາໃຈໄມຕີຈິດມິດຕະພາບ ເຊິ່ງທ່ານໄດ້ສະແດງຄວາມຍິນດີຮັບຕ້ອນຄະນະຄູ - ອາຈານ ວິທະຍາໄລຄູບ້ານເກິນ ທີ່ຫາໂອກາດຍາດເວລາອັນມີຄຸນຄ່າມາຢ້ຽມຢາມ ຖອດຖອນບົດຮຽນທາງດ້ານການບໍລິຫານ-ວິຊາການ ແລະ ການວິໄຈ ກັບວິທະຍາໄລຄູຄັງໄຂ. ນໍາສະເໜີສະພາບລວມ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ຈຸດພິເສດຂອງວິທະຍາໄລຄູຄັງໄຂຕໍ່ຄະນະຄູ - ອາຈານຈາກວິທະຍາໄລຄູບ້ານເກິນໄດ້ຮັບຟັງ. ເນື້ອໃນຂອງການມາແລກປ່ຽນຖອດຖອນບົດຮຽນທາງດ້ານວິຊາການກັບວິທະຍາໄລຄູຄັງໄຂໃນຄັ້ງນີ້ ແມ່ນ ໄດ້ແລກປ່ຽນຖອດຖອນບົດຮຽນທາງດ້ານການບໍລິຫານ-ວິຊາການ ແລະ ການວິໄຈ. ໃນການແລກປ່ຽນເຜີຍແຜ່ຜົນງານການວໄຈ ແຕ່ລະຝ່າຍໄດ້ນຳສະເໜີຝ່າຍລະສາມບົດ, ເຊິ່ງແຕ່ລະບດກໍໄດ້ສ້າງຄວາມສົນໃຈໃຫ້ແກ່ຜູ້ເຂົ້າຮ່ວມຮັບຟັງເປັນຢ່າງດີ. ຫຼັງຈາກນຳສະເໜີຜົນງານການວິໄຈສຳເລັດແລ້ວ ທັງສອງກໍໄດ້ແລກປ່ຽນຖອດຖອນບົດຮຽນທາງດ້ານການບໍລິຫານ ແລະ ວິຊາການຕື່ມອີກ. ໃນແຕ່ລະໜ້າວຽກເຊິ່ງທັງສອງຝ່າຍຕ່າງກໍໄດ້ຍົກໃຫ້ເຫັນຂໍ້ສະດວກ ແລະ ຂໍ້ຈຳກັດໃນການປະຕິບັດໜ້າທີ່ວຽກງານ ເປັນຕົ້ນແມ່ນວຽກງານການບໍລິຫານທັງສອງວິທະຍາໄລຄູກໍໄດ້ໃຊ້ລະບົບບໍລິຫານອັນດຽວກັນ ຕ່າງແຕ່ວ່າບາງຫ້ອງການບາງວຽກງານໄດ້ອີງໃສ່ຈຸດພິເສດ ແລະ ສະພາບຄວາມເປັນຈິງຂອງຕົນເອງ. ສ່ວນວຽກງານທາງດ້ານວິຊາການແມ່ນໄດ້ຮັບການຊີ້ີນຳໆພາຈາກຄະນະອຳນວຍການໂດຍກົງ, ຄູ-ອາຈານມີຄວາມຫ້າວຫັນຕໍ່ການຈັດການຮຽນ-ການສອນ, ນຳພານັກສຶກສາຄົ້ນຄວ້າບົດຮຽນ, ເຮັດການທົດລອງ, ສຶກສານອກສະຖານທີ່, ແຜນການຮັບນັກສຶກສາແມ່ນໄດ້ຄົບຕາມຄວາມຕ້ອງການ ແລະ ວຽກງານເຝິກຫັດວິຊາຊີບແມ່ນຢູ່ໃນໄລຍະສຳຫຼວດສະຖານທີ່ໆຈະເອົານັກສຶກສາລົງເຝິກຫັດວິຊາຊີບ. ແຕ່ຄຽງຄູ່ກັບຂໍ້ສະດວກນັ້ນ ກໍຍັງມີຂໍ້ຈຳກັດບາງຢ່າງທີ່ເປັນຜົນກະທົບຕໍ່ວຽກງານວິຊາການ ເຊັ່ນ ຄວາມເພິ່ງພໍໃຈໃນການສຶກສາຄົ້ນຄວ້າຮໍ່າຮຽນຂອງນັກສຶກສາຍັງບໍ່ທັນດີທີ່ຄວນ, ອຸປະກອນຮັບໃຊ້ການຮຽນ-ການສອນຍັງບໍ່ທັນຫຼາກຫຼາຍ, ເນື້ອໃນເອກະສານທີ່ຈະໃຫ້ນັກສຶກສາຄົ້ນຄວ້າຍັງບໍ່ທັນກວ້າງຂວາງ, ການຮັບເອົານັກສຶກສາເຂົ້າຮຽນຍັງບໍ່ທັນໄດ້ຕາມມາດຖານ ແລະ ເງື່ອນໄຂຂອງກົມສ້າງຄູວາງອອກເຫຼົ່ານີ້ເປັນຕົ້ນ. ຂຽນໂດຍ: ວົງ ວິລະສອນ

ຜູ້ລົງຂ່າວ ຈັນທະແສງ ທານີພອນ ວັນທີ່ລົງຂ່າວ: 14 ເດືອນ 10 ປີ 2020,




ຕຸລາ 12

ກອງປະຊຸມຖອດຖອນບົດຮຽນລະຫ່ວາງ 3 ພາກສ່ວນ ພະແນກ ສຶກສາທິການ ແລະ ກິລາ ແຂວງ(ສກຂ) ຊຽງຂວາງ-ຫົວພັນ-ວິທະຍາໄລຄູຄັງໄຂ

ຊື່ຜູ້ຂຽນ ອຈ

ເພື່ອວາງແຜນຮ່ວມກັນໃນການພັດທະນາການສຶກສາ ແລະ ກິລາ ມີຂຶ້ນໃນຕອນເຊົ້າຂອງວັນທີ 12 ພະຈິກ 2020 ນີ້ ທີ່ຫ້ອງປະຊຸມພະແນກ ສກຂ ຊຽງຂວາງ,

ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ທອງສີ ພັນທະວົງ ຮອງຫົວໜ້າພະແນກ ສກຂ ຊຽງຂວາງພ້ອມຄະນະ, ທ່ານ ລິນອານົງ ທອງຄໍາມີ ຮອງຫົວໜ້າພະແນກ ສກຂ ຫົວພັນ, ທ່ານ ສຸດຈັນທອງ ຈັນທະວົງ ຮອງອຳນວຍການ ວິທະຍາໄລຄູຄັງໄຂ ພ້ອມຄະນະ, ມີທ່ານຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງແປກ, ຫົວໜ້າຂະແໜງທີ່ກ່ຽວຂ້ອງທັງ 3 ພາກສ່ວນ ພ້ອມດ້ວຍ ຜອ ໂຮງຮຽນ ແລະ ສູນອ້ອມຂ້າງເຂົ້າຮ່ວມ.

ຜູ້ລົງຂ່າວ ຈັນທະແສງ ທານີພອນ ວັນທີ່ລົງຂ່າວ: 12 ເດືອນ 10 ປີ 2020,




ກັນຍາ 29

ຈັດສົ່ງພະນັກງານເຂົ້າຮັບບຳນານ ແລະ ຍົກຍ້າຍໄປຮັບໜ້າທີ່ໃໝ່ ປະຈຳສົກຮຽນ 2019 - 2020 ໃນວັນທີ 22 ມິຖຸນາ 2020

ຊື່ຜູ້ຂຽນ ອຈ

ຕອນບ່າຍຂອງວັນທີ 22 ມິຖຸນາ 2020 ວິທະຍາໄລຄູຄັງໄຂຈັດພິທີຈັດສົ່ງພະນັກງານພັກການເພື່ອເຂົ້າຮັບບຳນານ ແລະ ຍົກຍ້າຍໜ້າທີ່ໃໝ່ໄປປະຈຳການຢູ່ພະແນກການອື່ນ.

ໂດຍພາຍໃຕ້ການເຂົ້າຮ່ວມຂອງທ່ານຄຳໃບ ຄຳສີ ຮອງຫົວໜ້າກົມສ້າງຄູ ກະຊວງສຶກສາ ແລະ ກິລາ, ທ່ານ ອາຈານ ວັນນີ ຢ່າງເຈຍມົວ ຜູ້ອຳນວຍການວິທະຍາໄລຄູຄັງໄຂ ພ້ອມຄະນະ ແລະ ຄູ - ອາຈານ, ພະນັກງານ ທັງໝົດເກືອບ 200 ກວ່າທ່ານ. ໃນພິທີດັ່ງກ່າວໄດ້ປະກາດໃຫ້ທ່ານອາຈານ ພູຂຽວ ພານຸວົງ ຫົວໜ້າຫ້ອງການວິທະຍາສາດທຳມະຊາດພັກການເຂົ້າຮັບເບ້ຍບຳນານ ແລະ ນາງ ຕຸ້ຍຕິ່ງ ສີດວງຕີ ຮອງຫົວໜ້າໜ່ວຍງານຫໍສະໝຸດຍົກຍ້າຍໄປປະຈຳການຢູ່ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ້ອງທ່ຽວແຂວງຊຽງຂວາງ. ທຳອິດ ທ່ານ ອາຈານ ພູຂຽວ ພານຸວົງ ກໍໄດ້ຜ່ານຊີວະປະຫວັດຂອງຕົນໃຫ້ແກ່ຄູ - ອາຈານ , ພະນັກງານຮັບຟັງ ເພື່ອເປັນແບບຢ່າງໃນການດຳລົງຊີວິດ, ໃນໜ້າທີ່ວຽກງານ ແລະ ການສຶກສາຮຳ່ຮຽນ ໂດຍສະເພາະແມ່ນການສິດສອນກັບນັກຮຽນນັກສຶກສາ. ຈາກນັ້ນ, ກໍໄດ້ຮັບຟັງການສະເໜີຊີວະປະຫວັດຂອງ ນາງ ຕຸ້ຍຕິ່ງ ສີດວງຕີ ຮອງຫົວໜ້າໜ່ວຍງານຫໍສະໝຸດ ເຊິ່ງຜູ້ກ່ຽວກໍໄດ້ຍົກໃຫ້ເຫັນຜົນງານການເຄື່ອນໄຫວຢ່າງຫຼວງຫຼາຍໃຫ້ແກ່ວິທະຍາໄລຄູຄັງໄຂ ເຊິ່ງຜົນງານດັ່ງກ່າວແມ່ນໄດ້ມອບໃຫ້ຄູ - ອາຈານ, ພະນັກງານຮັບຜິດຊອບຕໍ່ໄປ. ເພື່ອເປັນການຢັ້ງຢືນເຖິງຜົນງານການເຄື່ອນໄຫວຂອງ ທ່ານ ອາຈານ ພູຂຽວ ພານຸວົງ ແລະ ນາງ ຕຸ້ຍຕິ່ງ ສີດວງຕີ ທ່ານ ອາຈານ ວັນນີ ຢ່າງເຈຍມົວ ຜູ້ອຳນວຍການວິທະຍາໄລຄູຄັງໄຂໄດ້ມີຄຳຄິດຄຳເຫັນສະແດງການຍ້ອງຍໍຊົມເຊີຍຜົນງານການເຄື່ອນໄຫວຂອງທັງສອງທ່ານ ໃນການປະກອບສ່ວນເຂົ້າໃນວຽກງານການສ້າງຄູ ເຊິ່ງທ່ານໄດ້ຮຽກຮ້ອງໃຫ້ ຄູ - ອາຈານ, ພະນັກງານ ທັງໝົດຈົ່ງຖືເປັນແບບຢ່າງໃນການເຄື່ອນໄຫວສ້າງສາພັດທະນາໜ້າທີ່ວຽກງານໃຫ້ກ້າວໜ້າຂຶ້ນ, ສືບຕໍ່ສ້າງຄວາມສາມັກຄີ, ເອື້ອເຟື້ອເພື່ອແພ່ຊ່ວຍເຫຼື່ອເຊິ່ງກັນ ແລະ ກັນຕະຫຼອດໄປ. ທີ່ວິທະຍາໄລຄູຄັງໄຂ, 22 ມິຖຸນາ 2020

ຜູ້ລົງຂ່າວ ຈັນທະແສງ ທານີພອນ ວັນທີ່ລົງຂ່າວ: 22 ເດືອນ 06 ປີ 2020,




ເມສາ 11

ກອງປະຊຸມຄະນະພັກຮາກຖານວິທະຍາໄລຄູຄັງໄຂ ໃນເວລາ 1 ໂມງ 00 ນາທີ ຂອງວັນທີ 19 ມີຖຸນາ 2020

ຊື່ຜູ້ຂຽນ ອາຈານ

ວິທະຍາໄລຄູຄັງໄຂໄດ້ຈັດດກອງປະຊຸມຄະນະພັກຮາກຖານຂຶ້ນທີ່ຫ້ອງປະຊຸມວິທະຍາໄລຄູຄັງໄຂ ພາຍໃຕ້ການເປັນປະທານຂອງ ສະຫາຍ ວັນນີ ຢ່າງເຈຍມົວ ເລຂາຄະນະພັກຮາກຖານ ແລະ ເປັນກຽດເຂົ້າຮ່ວມໂດຍ ສະຫາຍ ສຸວອນ ພົມມະວີ ຫົວໜ້າຂະແໜງກໍ່ສ້າງພັກ ຄະນະຈັດຕັ້ງແຂວງ ພ້ອມຄະນະ, ມີບັນດາ ສະຫາຍ ສະມາຊິກພັກສົມບູນ ແລະ ສຳຮອງ ເຂົ້າຮ່ວມທັງໝົດ 137 ສະຫາຍ ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ກໍເພື່ອເປັນການຮ່ວມຊີວິດການເມືອງຂອງຄະນນະພັກຮາກຖານທົ່ວວິທະຍາໄລຄູຄັງໄຂ, ເປັນການຫວນຄືນການເຄື່ອນໄຫວຈັດຕັ້ງປະຕິບັດໜ້າທີ່ວຽກງານໃນໄລຍະຜ່ານມາ ແລະ ແຜນການທິດທາງໃນຕໍ່ໜ້າ ແລະ ເປັນການກະກຽມໃສ່ກອງປະຊຸມໃຫຍ່ ຄັ້ງທີ 7 ຂອງຄະນະພັກຮາກຖານວິທະຍາໄລຄູຄັງໄຂ.

ໃນກອງປະຊຸມບັນດາສະຫາຍຜູ້ແທນກອງປະຊຸມໄດ້ຮັບຟັງການມີຄຳເຫັນ ແລະ ຮັບຟັງການຜ່ານຮ່າງບົດລາຍງານການເມືອງທັງສອງພາກ ຈາກສະຫາຍ ວັນນີ ຢ່າງເຈຍມົວ ປະທານກອງປະຊຸມ ພ້ອມນັ້ນບັນດາສະຫາຍຜູ້ແທນກອງປະຊຸມກໍໄດ້ປະກອບຄຳຄິດເຫັນໃສ່ບົດລາຍງານດັ່ງກ່າວ. ຈາກນັ້ນບັນດາສະຫາຍກໍໄດ້ຮັບຟັງການຜ່ານຮ່າງບົດສຳຫຼວດການນຳພາຂອງຄະນະພັກຮາກຖານວິທະຍາໄລຄູຄັງໄຂ ຈາກສະຫາຍ ສຸດຈັນທອງ ຈັນທະວົງ ຮອງເລຂາຄະນະພັກຮາກຖານ ແລະ ໄດ້ຮັບຟັງການຜ່ານບົດສະຫຼຸບວຽກງານການເງິນໃນໜ່ວຍພັກຮາກຖານ ຈາກສະຫາຍ ຄຳແຝງ ແສງຄຳຈັນ ຄະນະພັກຮາກຖານວິທະຍາໄລຄູຄັງໄຂ. ໃນຕອນທ້າຍ ສະຫາຍ ຄຳຮູ້ ຈັນທະປັນຍາ ຄະນະພັກຮາກຖານ ກໍໄດ້ຜ່ານມະຕິຮັບຮອງຂອງທ່ານເລຂາພັກແຂວງວ່າດ້ວຍການຮັບຮອງເອົາ 8 ໜ່ວຍພັກ ໃນຮາກຖານພັກວິທະຍາໄລຄູຄັງໄຂ ເປັນໜ່ວຍພັກປອດໃສເຂັ້ມແຂງໜັກແໜ້ນ ເຊິ່ງລວມມີ ໜ່ວຍພັກ ວັດປະເມີນຜົນ - ພັດທະນາຄູ, ໜ່ວຍພັກສົ່ງເສີມວິຊາການ, ໜ່ວຍພັກກິດຈະການນັກສຶກສາ, ໜ່ວຍພັກຈັດຕັ້ງພັກ - ພະນັກງານ, ໜ່ວຍພັກບໍລິຫານ, ໜ່ວຍພັກວິທະຍາສາດທຳມະຊາດ, ໜ່ວຍພັກອະນຸບານ - ປະຖົມ ແລະ ໜ່ວຍພັກໂຮງຮຽນປະຖົມສາທິດ ເຊິ່ງແມ່ນສະຫາຍ ສຸວອນ ພົມມະວີ ຫົວໜ້າຂະແໜງກໍ່ສ້າງ ຄະນະຈັດຕັ້ງແຂວງ ເປັນກຽດຂຶ້ນມອບໃບຮັບຮອງດັ່ງກ່າວ ພ້ອມນັ້ນ, ສະຫາຍ ສຸວອນ ພົມມະວີ ຍັງໄດ້ໃຫ້ກຽດຂຶ້້ນຜ່ານມາດຖານເງື່ອນໄຂໃນການທາບທາມເອົາຄະນະພັກຮາກຖານຊຸດໃໝ່. ຈາກນັ້ນ, ສະຫາຍ ພົມມາ ສໍສົມມີ ຫົວໜ້າຄະນະຮັບຜິດຊອບການປ່ອນບັດທາບຂຶ້ນແນະນຳວິທີການຕ່າງໆ ແລະ ກໍໄດ້ຈັດຕັ້ງການປ່ອນບັດທາບທາມດັ່ງກ່າວຈົນສຳເລັດ ເພື່ອກະກຽມໃສ່ກອງປະຊຸມໃຫຍ່ ຄັ້ງທີ 7 ຂອງຄະນະພັກຮາກຖານວິທະຍາໄລຄູຄັງໄຂ ທີ່ຈະເປີດໃນບໍ່ດົນນີ້.

ຜູ້ລົງຂ່າວ ຈັນທະແສງ ທານີພອນ ວັນທີ່ລົງຂ່າວ: 19 ເດືອນ 06 ປີ 2020,



ອ່ານຕໍ່    4| | | 1 4| | | 2 | | |3 4| | | 3 | | |3