ເພື່ອທົບທວນໜ້າທີ່ຮັບຜິຊອບຂອງແຕ່ລະພາກສ່ວນທີ່ຮັບຜິດຊອບຖານຂໍ້ມູນ TEMIS ຄືນໃໝ່, ເພື່ອຊັບຊ້ອນໜ້າທີ່່ຮັບຜິດຊອບເພີ່ມເຕີມອີກໃນບາງພາກສ່ວນອີກ ແລະ ເປັນການແນະນຳປ້ອນຂໍ້ມູນບາງດ້ານເຂົ້າຖານຂໍ້ມູນຕື່ມອີກ ຂອງວຽກງານຖານຂໍ້ມູນ TEMIS ວິທະຍາໄລຄູຄັງໄຂ. ດັ່ງນັ້ນ, ໃນເວລາ 8 ໂມງຂອງວັນທີ 28 ຕຸລາ 2020 ຈິ່ງໄດ້ເປີດກອງປະຊຸມຖອດຖອນບົດຮຽນກ່ຽວກັບການຄຸ້ມຄອງຖານ TEMIS ຂອງວິທະຍາໄລຄູຄັງໄຂ ປະຈຳສົກຮຽນ 2020-2021 ຂຶ້ນຢ່າງເປັນທາງການ. ພາຍໃຕ້ການເປັນປະທານຂອງທ່ານ ອຈ. ວັນນີ ຢ່າງເຈຍມົວ ຜູ້ອຳນວຍການວິທະຍາໄລຄູຄັງໄຂ, ພ້ອມດ້ວຍການເຂົ້າຮ່ວມຂອງບັນດາທ່ານຄະນະອຳນວຍການ, ຫົວໜ້າຫ້ອງການ, ຄູ-ອາຈານ, ພະນັກງານລວມທັງໝົດຈຳນວນ 36 ທ່ານ, ຍິງ 12 ທ່ານ.
ໃນທີ່ປະຊຸມບັນດາຄູ-ອາຈານ, ພະນັກງານ ກໍໄດ້ຮັບຟັງເອກະສານບົດລາຍງານ ແລະ ການຈັດຕັ້ງບັນດາກິດຈະກຳຕ່າງໆ ເຊັ່ນ ຜ່ານບົດສະຫຼຸບຫຍໍ້ ແລະ ທິດທາງປັບປຸງກ່ຽວກັບການຄຸ້ມຄອງຖານຂໍ້ມູນ TEMIS ຂອງວິທະຍາໄລຄູຄັງໄຂ, ຜ່ານເນື້່ອໃນທີ່ສຳຄັນຂອງຄູ່ມືຄຸ້ມຄອງ ແລະ ນຳໃຊ້ຂໍ້ມູນ TEMIS + ການປ້ອນຂໍ້ມູນ TEMIS 2020 ແລະ ຜ່ານຮ່າງຂໍ້ຕົກລົງຂອງຜູ້ອຳນວຍການວ່າດ້ວຍຄະນະຮັບຜິດຊອບຖານຂໍ້ມູນ TEMIS ຂອງວິທະຍາໄລຄູຄັງໄຂ ສະບັບໃໝ່
ຈາກນັ້ນ ບັນດາຜູ້ແທນໃນກອງປະຊຸມໄດ້ຄົ້ນຄວ້າ, ສົນທະນາ ແລະ ປະກອບຄຳເຫັນຕໍ່ບົດສະຫຼຸບຫຍໍ້ ແລະ ທິດທາງປັບປຸງກ່ຽວກັບການຄຸ້ມຄອງຖານຂໍ້ມູນ TEMIS, ເນື້່ອໃນທີ່ສຳຄັນຂອງຄູ່ມືຄຸ້ມຄອງ ແລະ ນຳໃຊ້ຂໍ້ມູນTEMIS + ການປ້ອນຂໍ້ມູນ TEMIS 2020 ແລະ ຮ່າງຂໍ້ຕົກລົງຂອງຜູ້ອຳນວຍການວ່າດ້ວຍຄະນະຮັບຜິດຊອບຖານຂໍ້ມູນ TEMIS ຂອງວິທະຍາໄລຄູຄັງໄຂ ສະບັບໃໝ່ ເພື່ອຊອກຫາວິທີແກ້ໄຂບາງບັນຫາທີ່ກ່ຽວຂ້ອງກັບການພັດທະນາຖານ TEMIS ໃນວິທະຍາໄລຄູຄັງໄຂໃນໄລຍະຜ່ານມາ. ກອງປະຊຸມໄດ້ຕົກລົງເປັນເອກະພາບຮັບຮອງເປັນມະຕິດັ່ງນີ້ ຮັບຮອງເອົາບົດສະຫຼຸບຫຍໍ້ ແລະ ທິດທາງປັບປຸງກ່ຽວກັບການຄຸ້ມຄອງຖານຂໍ້ມູນ TEMIS ຂອງວິທະຍາໄລຄູຄັງໄຂ, ຕົກລົງຮັບຮອງເອົາເນື້່ອໃນທີ່ສຳຄັນຂອງຄູ່ມືຄຸ້ມຄອງ ແລະ ນຳໃຊ້ຂໍ້ມູນ TEMIS + ການປ້ອນຂໍ້ມູນ TEMIS 2020 ສ່ວນການອັບເດດຂໍ້ມູນນັກສຶກສາແມ່ນມອບໃຫ້ແຕ່ລະພາກສ່ວນອັບເດດຄືນໃໝ່, TEMIS ແຕ່ລະຫ້ອງການປ້ອນຄະແນນລົງໃນຖານຄືເກົ່າ ໂດຍມອບໃຫ້ຫົວໜ້າຫ້ອງການຊຸກຍູ້ ຕິດຕາມ ຊ່ວຍເຫຼືອ TEMIS, ຊ່ວຍແນະນຳໃຫ້ໜ່ວຍງານໃນການແບ່ງໂມງສອນໃຫ້ຄູ - ອາຈານ, ຊ່ວຍຕິດຕາມຂະບວນການຮຽນ, ຜົນການຮຽນຂອງນັກຮຽນ ແລະ ຕົກລົງຮັບຮອງເອົາຂໍ້ຕົກລົງຂອງຜູ້ອຳນວຍການວ່າດ້ວຍຄະນະຮັບຜິດຊອບຖານຂໍ້ມູນ TEMIS ຂອງວິທະຍາໄລຄູຄັງໄຂ ສະບັບໃໝ່ ສ່ວນວຽກຄູປະຈຳຫ້ອງແມ່ນມອບໃຫ້ຫ້ອງການກິດຈະການນັກສຶກສາເປັນຜູ້ຮັບຜິດຊອບປ້ອນ, ວຽກພິມບັດນັກສຶກສາແມ່ນປ່ຽນເປັນລົງທະບຽນນັກສຶກສາເຂົ້ານອນໃນຫໍພັກລວມແທນ.
ເພື່ອເຮັດໃຫ້ມະຕິກອງປະຊຸມໄດ້ຖືກຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ ກອງປະຊຸມຮຽກຮ້ອງໃຫ້ບັນດາຜູ້ບໍລິຫານການສຶກສາ, ຄູ-ອາຈານ, ພະນັກງານ ແລະ ພາກສ່ວນທີ່ກ່ຽວຂ້ອງທຸກຂັ້ນ ຈົ່ງພ້ອມກັນນຳເອົາເນື້ອໃນຈິດໃຈຂອງມະຕິກອງປະຊຸມນີ້ໄປຜັນຂະຫຍາຍເປັນແຜນກິດຈະກຳໃຫ້ເປັນຮູບປະທຳ, ເພີ່ມຄວາມເສຍສະຫຼະ, ຕ້ອງຕັດສິນໃຈນຳພ້ອມກັນຈັດຕັ້ງປະຕິບັດ ແລະ ໃຫ້ມີຜູ້ຮັບຜິດຊອບແຕ່ລະວຽກງານຢ່າງລະອຽດເພື່ອໃຫ້ມີຜົນສຳເລັດຕາມລະດັບຄາດໝາຍ.
ກອງປະຊຸມໄດ້ປິດລົງໃນເວລາ 11 ໂມງ 30 ນາທີ ຂອງວັນທີ 28 ຕຸລາ 2020 ຢ່າງເປັນທາງການ ແລະ ພ້ອມດ້ວຍຄວາມໝາຍຜົນສຳເລັດຢ່າງຈົບງາມ.