ກໍລະກົດ 16

ກອງປະຊູມປະເມີນຜົນພາຍໃນ ສົກຮຽນ 2019-2020 ຂອງວິທະຍາໄລຄູຄັງໄຂ ໄດ້ຈັດຂື້ນໃນວັນທີ 16/7/2020 ໂດຍການເປັນປະທານຂອງ ທ່ານ ອຈ ວັນນີ ຢ່າງເຈຍມົວ ພ້ອມດ້ວຍຄະນະ ແລະ ຄູອາຈານ ລວມທັງໝົດຈຳນວນ 50 ທ່ານ.

ຊື່ຜູ້ຂຽນ ອຈ



ກໍລະກົດ 16

ວິທະຍາໄລຄູບ້ານເກີນມາແລກປ່ຽນບົດຮຽນກັບວິທະຍາໄລຄູຄັງໄຂ. ໄດ້ຈັດຂື້ນໃນວັນທີ 16/7/2020 ໂດຍການເປັນປະທານຂອງ ທ່ານ ອຈ ວັນນີ ຢ່າງເຈຍມົວ ພ້ອມດ້ວຍຄະນະ ແລະ ຄູອາຈານ ລວມທັງໝົດຈຳນວນ 50 ທ່ານ.

ຊື່ຜູ້ຂຽນ ອຈ

ໃນຕອນເຊົ້າຂອງວັນທີ 13 ພະຈິກ 2020 ຄະນະຄູ - ອາຈານ ຈາກວິທະຍາໄລຄູບ້ານເກິນມາຢ້ຽມຢາມ ຖອດຖອນບົດຮຽນທາງດ້ານວິຊາການກັບວິທະຍາໄລຄູຄັງໄຂ ຢູ່ທີ່ສະໂມສອນຂອງວິທະຍາໄລຄູຄັງໄຂ ເຊິ່ງນໍາພາໂດຍທ່ານ ອາຈານ ຈັນທະມາລາ ສຸທໍາມະວົງ ຜູ້ອໍານວຍການວິທະຍາໄລຄູບ້ານເກິນ. ວິທະຍາໄລຄູຄັງໄຂໃຫ້ກຽດຕ້ອນຮັບໂດຍ ທ່ານ ອາຈານ ວັນນີ ຢ່າງເຈ້ຍມົວ ຜູ້ອໍານວຍການວິທະຍາໄລຄູຄັງໄຂ ພ້ອມດ້ວຍການເຂົ້າຮ່ວມຂອງບັນດາຄູ - ອາຈານ, ພະນັກງານໃນແຕ່ລະຫ້ອງການທັງສອງວິທະຍາໄລຄູເຂົ້າຮ່ວມ 50 ກວ່າທ່ານ.
ນພິທີດັ່ງກ່າວ ເບື້ອງຕົ້ນທ່ານ ອາຈານ ວັນນີ ຢ່າງເຈ້ຍມົວ ຜູ້ອໍານວຍການວິທະຍາໄລຄູຄັງໄຂ ໄດ້ກ່າວຕ້ອນຮັບຢ່າງເປັນທາງການ ດ້ວຍນໍາໃຈໄມຕີຈິດມິດຕະພາບ ເຊິ່ງທ່ານໄດ້ສະແດງຄວາມຍິນດີຮັບຕ້ອນຄະນະຄູ - ອາຈານ ວິທະຍາໄລຄູບ້ານເກິນ ທີ່ຫາໂອກາດຍາດເວລາອັນມີຄຸນຄ່າມາຢ້ຽມຢາມ ຖອດຖອນບົດຮຽນທາງດ້ານການບໍລິຫານ-ວິຊາການ ແລະ ການວິໄຈ ກັບວິທະຍາໄລຄູຄັງໄຂ. ນໍາສະເໜີສະພາບລວມ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ຈຸດພິເສດຂອງວິທະຍາໄລຄູຄັງໄຂຕໍ່ຄະນະຄູ - ອາຈານຈາກວິທະຍາໄລຄູບ້ານເກິນໄດ້ຮັບຟັງ. ເນື້ອໃນຂອງການມາແລກປ່ຽນຖອດຖອນບົດຮຽນທາງດ້ານວິຊາການກັບວິທະຍາໄລຄູຄັງໄຂໃນຄັ້ງນີ້ ແມ່ນ ໄດ້ແລກປ່ຽນຖອດຖອນບົດຮຽນທາງດ້ານການບໍລິຫານ-ວິຊາການ ແລະ ການວິໄຈ. ໃນການແລກປ່ຽນເຜີຍແຜ່ຜົນງານການວໄຈ ແຕ່ລະຝ່າຍໄດ້ນຳສະເໜີຝ່າຍລະສາມບົດ, ເຊິ່ງແຕ່ລະບດກໍໄດ້ສ້າງຄວາມສົນໃຈໃຫ້ແກ່ຜູ້ເຂົ້າຮ່ວມຮັບຟັງເປັນຢ່າງດີ. ຫຼັງຈາກນຳສະເໜີຜົນງານການວິໄຈສຳເລັດແລ້ວ ທັງສອງກໍໄດ້ແລກປ່ຽນຖອດຖອນບົດຮຽນທາງດ້ານການບໍລິຫານ ແລະ ວິຊາການຕື່ມອີກ. ໃນແຕ່ລະໜ້າວຽກເຊິ່ງທັງສອງຝ່າຍຕ່າງກໍໄດ້ຍົກໃຫ້ເຫັນຂໍ້ສະດວກ ແລະ ຂໍ້ຈຳກັດໃນການປະຕິບັດໜ້າທີ່ວຽກງານ ເປັນຕົ້ນແມ່ນວຽກງານການບໍລິຫານທັງສອງວິທະຍາໄລຄູກໍໄດ້ໃຊ້ລະບົບບໍລິຫານອັນດຽວກັນ ຕ່າງແຕ່ວ່າບາງຫ້ອງການບາງວຽກງານໄດ້ອີງໃສ່ຈຸດພິເສດ ແລະ ສະພາບຄວາມເປັນຈິງຂອງຕົນເອງ. ສ່ວນວຽກງານທາງດ້ານວິຊາການແມ່ນໄດ້ຮັບການຊີ້ີນຳໆພາຈາກຄະນະອຳນວຍການໂດຍກົງ, ຄູ-ອາຈານມີຄວາມຫ້າວຫັນຕໍ່ການຈັດການຮຽນ-ການສອນ, ນຳພານັກສຶກສາຄົ້ນຄວ້າບົດຮຽນ, ເຮັດການທົດລອງ, ສຶກສານອກສະຖານທີ່, ແຜນການຮັບນັກສຶກສາແມ່ນໄດ້ຄົບຕາມຄວາມຕ້ອງການ ແລະ ວຽກງານເຝິກຫັດວິຊາຊີບແມ່ນຢູ່ໃນໄລຍະສຳຫຼວດສະຖານທີ່ໆຈະເອົານັກສຶກສາລົງເຝິກຫັດວິຊາຊີບ. ແຕ່ຄຽງຄູ່ກັບຂໍ້ສະດວກນັ້ນ ກໍຍັງມີຂໍ້ຈຳກັດບາງຢ່າງທີ່ເປັນຜົນກະທົບຕໍ່ວຽກງານວິຊາການ ເຊັ່ນ ຄວາມເພິ່ງພໍໃຈໃນການສຶກສາຄົ້ນຄວ້າຮໍ່າຮຽນຂອງນັກສຶກສາຍັງບໍ່ທັນດີທີ່ຄວນ, ອຸປະກອນຮັບໃຊ້ການຮຽນ-ການສອນຍັງບໍ່ທັນຫຼາກຫຼາຍ, ເນື້ອໃນເອກະສານທີ່ຈະໃຫ້ນັກສຶກສາຄົ້ນຄວ້າຍັງບໍ່ທັນກວ້າງຂວາງ, ການຮັບເອົານັກສຶກສາເຂົ້າຮຽນຍັງບໍ່ທັນໄດ້ຕາມມາດຖານ ແລະ ເງື່ອນໄຂຂອງກົມສ້າງຄູວາງອອກເຫຼົ່ານີ້ເປັນຕົ້ນ.



ອ່ານຕໍ່    4| | | 1 4| | | 2 | | |3 4| | | 3 | | |3