ຂ່າວສານ

ໜ້າຫຼັກ

/

ຂ່າວສານ

ຜູ້ຂຽນຂ່າວ: ນາງ ແສງດາວ ຮຸ່ງອາລຸນ ແລະ ຜູ້ລົງຂ່າວ: ໄມສຸກ ຢ່າງເຈຍມົວ

ກອງປະຊຸມປະຈຳປີ 2023 – 2024 ວິທະຍາໄລຄູຄັງໄຂ

ກອງປະຊຸມປະຈຳປີ 2023 – 2024 ວິທະຍາໄລຄູຄັງໄຂ ໃນວັນທີ 25 ກັນຍາ 2024 ວິທະຍາໄລຄູຄັງໄຂໄດ້ຈັດກອງປະຊຸມປະຈຳປີ 2023 - 2024 ຂຶ້ນຢູ່ທີ່ສະໂມສອນວິທະຍາໄລຄູຄັງໄຂ. ໂດຍພາຍໃຕ້ການເປັນປະທານ ຂອງ ທ່ານ ອາຈານ ສຸດຈັນທອງ ຈັນທະວົງ ເລຂາຄະນະພັກຮາກຖານຜູ້ອຳນວຍການວິທະຍາໄລຄູຄັງໄຂ ມີຜູ້ເຂົ້າຮ່ວມ 200 ກວ່າຄົນ. ໃນພິທີດັ່ງກ່າວບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໄດ້ຮັບຟັງການໂອ້ລົມຈາກທ່ານ ອາຈານ ສຸດຈັນທອງ ຈັນທະວົງ ເຊິ່ງທຳອິດທ່ານໄດ້ຍ້ອງຍໍຊົມເຊີຍຜົນງານທີ່ຄູ - ອາຈານເຮົາຍາດມາໄດ້ ແລະ ທ່ານຍັງໄດ້ຊີ້ທິດເຍືອງທາງໃນການຈັດຕັ້ງປະຕິບັດເຄື່ອນດຳເນີນເນີນກອງປະຊຸມປະຈຳປີ 2024-2025 ໃຫ້ດຳເນີນໄປດ້ວຍດີ ແລະ ເຕັມໄປດ້ວຍ ໝາກຜົນທີ່ໜ້າເພິ່ງພໍໃຈ ແລະ ຮັບຟັງມະຕິກອງປະຊຸມຜູ້ບໍລິຫານການສຶກສາທົ່ວປະເທດ, ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ 8 ສະໄໝທີ 11 .

ອ່ານຕໍ່

ໃນພິທີດັ່ງກ່າວໄດ້ຮັບຟັງບົດສະຫຼຸບ ປະຈຳປີ 2023 - 2024 ແລະ ແຜນການປະຈຳປີ 2024 - 2025 ແຕ່ລະຫ້ອງການຂອງວິທະຍາໄລຄູຄັງໄຂ, ລະບົບໂຄ່ງຮ່າງການຈັດຕັ້ງໃໝ່ຂອງວິທະຍາໄລຄູ, ເຜີຍແຜ່ນິຕິກຳພາຍໃນວິທະຍາໄລຄູຄັງໄຂ ແລະ ບັນດານິຕິກຳຈາກຂັ້ນເທິງ, ບົດສະຫຼຸບ ປະຈຳປີ 2022 – 2023 ແລະ ແຜນການປະຈຳປີ 2023 – 2024 ໂຮງຮຽນປະຖົມ ແລະ ມັດທະຍົມສົມບູນສາທິດຄັງໄຂ, ການຄຸ້ມຄອງ ແລະ ການຈັດການຮຽນ - ການສອນໃນໂຮງຮຽນປະຖົມ ແລະ ມັດທະຍົມສົມບູນສາທິດ, ການນຳໃຊ້ອາຄານ,ໄຟຟ້າ, ນໍ້າລິນ ແລະ ນຳ້ປະປາ, ການຄຸ້ມຄອງທີ່ດິນ, ການຄຸ້ມຄອງ ແລະ ນຳໃຊ້ພາຫະນະ, ແຜນເຝິກອົບຮົມຄູ, ການຂຽນແຜນໂຄງການຕ່າງໆ, ຫົວຂໍ້ວິໄຈ ແລະ ສຶກສາການສອນປະຈຳສົກຮຽນ, ການປະກັນຄຸນນະພາບ, ການຄຸ້ມຄອງວຽກ IT ແລະ ICT, ການຕິດຕາມປະເມີນຜົນໂດຍນັກຮຽນ, ວຽກງານກິດຈະການນັກສຶກສາ ແລະ ວຽກຫໍພັກນັກສຶກສາ, ວຽກງານສ້າງສະຖາບັນປອດສິ່ງເສບຕິດ, ວຽກຄູປະຈຳຫ້ອງ, ວຽກງານເຝິກຫັດວິຊາຊີບ.

ຜູ້ລົງຂ່າວ:

ພິທີປະກາດພະນັກງານພັກການຮັບອຸດໜູນບຳນານ ແລະ ແຕ່ງຕັ້ງຜູ້ອຳນວຍການ, ຮອງຜູ້ອຳນວຍການຄົນໃໝ່

ໃນຕອນເຊົ້າຂອງວັນທີ 20 ມີນາ 2023 ວິທະຍາໄລຄູຄັງໄຂຈັດພິທີປະກາດພະນັກງານພັກການຮັບອຸດໜູນບຳນານ ແລະ ແຕ່ງຕັ້ງຜູ້ອຳນວຍການ, ຮອງຜູ້ອຳນວຍການຄົນໃໝ່ ຢູ່ທີ່ສະໂມສອນຂອງວິທະຍາໄລຄູຄັງໄຂ.

ອ່ານຕໍ່

ໂດຍພາຍໃຕ້ການເປັນປະທານຂອງທ່ານ ຮສ. ປອ ພຸດ ສິມມາລາວົງ ກຳມະ ການສູນກາງພັກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍການເຂົ້າຮ່ວມຂອງທ່ານ ໜໍບີຫາ ຕົ່ງປາວ ຄະນະປະຈຳພັກແຂວງ ຮອງ ເຈົ້າແຂວງໆຊຽງຂວາງ, ຫົວໜ້າກົມຈັດຕັ້ງ, ຫົວໜ້າກົມສ້າງຄູ, ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງງຊຽງຂວາງ ແລະ ແຂວງຫົວພັນ, ຄະນະພັກ ຄະນະອຳນວຍການ, ຄູ-ອາຈານໃນວິທທະຍາໄລຄູຄັງໄຂ ແລະ ໂຮງຮຽນປະຖົມ ແລະ ມັດທະຍົມສາທິດວິທະຍາໄລຄູຄັງໄຂເຂົ້າຮ່ວມທັງໝົດ 200 ກວ່າທ່ານ. ບັນດາຜູ້ເຂົ້າຮ່ວມໄດ້ຮັບຟັງຂໍ້ຕົກລົງຂອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ວ່າດ້ວຍການປະກາດພະນັກງານພັກການຮັບ ອຸດໜູນບຳນານ ແລະ ແຕ່ງຕັ້ງຜູ້ອຳນວຍການ, ຮອງຜູ້ອຳນວຍການຄົນໃໝ່. ການປະກາດພະນັກງານພັກການຮັບອຸດໜູນບຳນານແມ່ນ ທ່ານ ອາຈານ ວັນນິ ຢ່າງເຈຍມົວ ຜູ້ອຳນວຍການວິທະຍາໄລຄູຄັງໄຂ ພັກການຮັບອຸດໜູນບຳນານປະຈຳປີ 2023. ການແຕ່ງຕັ້ງຜູ້ອຳນວຍການ ແລະ ຮອງຜູ້ອຳນວຍ ການຄົນໃໝ່ແມ່ນໄດ້ແຕ່ງຕັ້ງ ທ່ານ ອາຈານ ສຸດຈັນທອງ ຈັນທະວົງ ຮອງຜູ້ອຳນວຍການ ເປັນຜູ້ອຳນວຍການຜູ້ໃໝ່, ແຕ່ງຕັ້ງທ່ານ ຄຳແຝງ ແສນນຄຳຈັນ ຫົວໜ້າ

Image ພາລະໜ້າທີ່ຂອງວິທະຍາໄລຄູຄັງໄຂ

ຕາມການມອບໝາຍຂອງກົມສ້າງຄູ, ກະຊວງສຶກສາທິການ, ວິທະຍາໄລຄູຄັງໄຂມີໜ້າທີ່ກໍ່ສ້າງຄູໃຫ້ແກ່ 2 ແຂວງພາກເໜືອຄື: ແຂວງຊຽງຂວາງແລະແຂວງຫົວພັນ, ນອກນັ້ນຍັງໄດ້ສ້າງຄູຊົນເຜົ່າຕາມໂຄງການ LABE ໃຫ້ແກ່ແຂວງຊຽງຂວາງ, ແຂວງຫົວພັນ, ແຂວງວຽງຈັນ, ແຂວງຫຼວງພະບາງ, ແຂວງບໍລິຄຳໄຊແລະເຂດພິເສດໄຊສົມບູນ.

ສາມາດຕິດຕໍ່ໄດ້

Email

khangkhay_ttc@yahoo.com

ເບີໂທລະສັບ

+856 61 215003

© ເວບໄຊ ວິທະຍາໄລຄູຄັງໄຂ. ສະຫງວນລິຄະສິດໜ່ວຍງານ ອອກແບບໂດຍ: ໄມສຸກ ຢ່າງເຈຍມົວ ແລະ ຈັນທະແສງ ໜ່ວຍ ງານ