ປະຫວັດຄວາມເປັນມາ ຂອງ ວິທະຍາໄລຄູຄັງໄຂ

ໜ້າຫຼັກ

/

ປະຫວັດຄວາມເປັນມາ

ຄວາມເປັນມາ

ໄລຍະທີ 1:

ຜູ້ດູແລ

ຜູ້ອອກແບບ

ຂໍ້ຄວາມຈາກການ ຕອບຮັບ: 15

Image

ປີ 1965 - 1977 ເອີ້ນວ່າ ໂຮງຮຽນສ້າງຄູມັດທະຍົມສູນກາງ ຢູ່ທີ່ຖໍ້າຄວາຍ ບ້ານນາຄາວ, ເມືອງວຽງໄຊ ແຂວງຫົວພັນ ກໍ່ສ້າງຄູຊັ້ນກາງໃນລະບົບ 7 + 2 ແລະ 7 + 3 ເຊິ່ງປະກອບມີ 2 ສາຍຮຽນ ຄື ສາຍສ້າງຄູວິທະຍາສາດທຳມະຊາດ ແລະ ສາຍສ້າງຄູວິທະຍາສາດສັງຄົມ..

ໄລຍະທີ 2:

Image

ເລີ່ມແຕ່ປີ 1978 - 1986 ໄດ້ຍົກຍ້າຍມາຕັ້ງຢູ່ ບ້ານຊາງ, ເມືອງຄໍາ ແຂວງຊຽງຂວາງ ແລະ ປ່ຽນຊື່ເປັນໂຮງຮຽນສ້າງຄູຊັ້ນກາງເລກ 03 ປະກອບມີລະບົບ 7 + 3 ມີ 2 ສາຍຮຽນ ຄື ສາຍສ້າງຄູວິທະຍາສາດທຳມະຊາດ ແລະ ສາຍສ້າງຄູວິທະຍາສາດສັງຄົມ..





ໄລຍະທີ 3:

Image

ເລີ່ມແຕ່ປີ 1987 - 1997 ໄດ້ຍົກຍ້າຍມາຕັ້ງຢູ່ ບ້ານຄັງໄຂ (ຄຸ້ມຫານພາ), ເມືອງແປກ ແຂວງຊຽງຂວາງ ແລະ ໄດ້ ປ່ຽນຊື່ເປັນໂຮງຮຽນສ້າງຄູຊຽງຂວາງ ປະກອບມີລະບົບ 7 + 3 ແລະ 8 + 3 ມີ 3 ສາຍຮຽນ ຄື ສາຍສ້າງຄູວິທະຍາສາດທຳມະຊາດ, ສາຍສ້າງຄູວິທະຍາສາດສັງຄົມ ແລະ ສາຍສ້າງຄູປະຖົມ.

ໄລຍະທີ 4:

Image

ນັບແຕ່ປີ 1998 ຈົນເຖິງປັດຈຸບັນ ໄດ້ຍົກຍ້າຍມາຕັ້ງຢູ່ ບ້ານຄັງໄຂ (ຄຸ້ມຄັງໄຂໃຕ້), ເມືອງ ແປກ ແຂວງຊຽງຂວາງ ໄດ້ປ່ຽນຊື່ມາເປັນວິທະຍາໄລຄູຄັງໄຂ ມີຊື່ຫຍໍ້ວ່າ “ວຄຄຂ”. (ໂດຍອີງໃສ່ຂໍ້ຕົກລົງ 814/ສສ.ຈຕ/10, ລົງວັນທີ 9 ເມສາ 2010 ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງວິທະຍາໄລຄູ). ນັບແຕ່ປີ 2023 ເຖິງປັດຈຸບັນໄດ້ປ່ຽນຊື່ຫຍໍ້ມາເປັນ “ວຄຂ”. (ໂດຍອີງໃສ່ຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງວິທະຍາໄລຄູຄັງໄຂສະບັບເລກທີ 1300/ສສກ ລົງວັນທີ 7 ເມສາ 2023). ໃນໄລຍະທີ 4 ນີ້ໄດ້ກໍ່ສ້າງຄູຫຼາຍລະບົບເຊັ່ນ:



ພາບການເຄືອນໄຫວໃນໄລຍະຜ່ານ ເລີມຈາກການກໍສ້າງໂຮງຮຽນ

ຂະບວນການຮຽນ-ການສອນ
ທ່ານ ວັນຄຳ ພິພາວັນ ກຳລັງສອນນັກຮຽນຄູຢູ່ຖໍ້າຄວາຍ.
ຂະບວນການຮຽນ-ການສອນ
ທ່ານ ຄຳຜອງ ພັນວົງສາ ກຳລັງສອນນັກຮຽນຢູ່ຫົວໜາໝີ (ຊຳເໜືອ).
ຂະບວນການເຄືອນຍ້າຍ
ຂະບວນການເຄືອນຍ້າຍໂຮງຮຽນສ້າງຄູຈາກນາຄາວ ແຂວງຫົວພັນ ມາ ນໍ້າອຸ່ນ ເມືອງຄຳ ແຂວງຊຽງຂວາງ.
ຂະບວນການຂົນເຂົ້າ
ຂະບວນການຂົນເຂົ້າຂອງນັກສຶກສາ ແລະ ຄູອາຈານ.
ຄູຂຶ້ນຫ້ອງສອນ
ອາຈານ ອອນມາ ດາລາອ້ອມ ເປັນນັກຮຽນສ້າງຄູຊຸດທີ 1 ຖ່າຍໃນວັນທີ 12 1 1965 ເວລາກຽມຍ້າຍໂຮງຮຽນໄປຢູ່ຖໍ້າຄວາຍ.

ວິທະຍາໄລຄູຄັງໄຂ

ວິທະຍາໄລຄູຄັງໄຂ ແມ່ນໄດ້ສືບທອດມາຈາກໂຮງຮຽນສ້າງຄູມັດທະຍົມສູນກາງແນວລາວຮັກຊາດ ເຊິ່ງສ້າງຕັ້ງຂຶ້ນເມື່ອວັນທີ 20 ພະຈິກ (11) ປີ 1965 ທີ່ ຖໍ້າຄວາຍ, ບ້ານນາຄາວ, ເມືອງວຽງໄຊ ແຂວງຫົວພັນ ໂດຍໃສ່ຊື່ວ່າ: “ໂຮງຮຽນສ້າງຄູມັດທະຍົມສູນກາງ”. ເຊິ່ງມີການປ່ຽນແປງແຕ່ລະໄລຍະດັ່ງຕໍ່ໄປນີ້:

ພາບການເຄືອນໄຫວໃນໄລຍະຜ່ານ ເລີມຈາກການກໍສ້າງໂຮງຮຽນ
ຂະບວນການຮຽນ-ການສອນ
ທ່ານ ວັນຄຳ ພິພາວັນ ກຳລັງສອນນັກຮຽນຄູຢູ່ຖໍ້າຄວາຍ.
ຂະບວນການຮຽນ-ການສອນ
ທ່ານ ຄຳຜອງ ພັນວົງສາ ກຳລັງສອນນັກຮຽນຢູ່ຫົວໜາໝີ (ຊຳເໜືອ)
ຂະບວນການເຄືອນຍ້າຍ
ຂະບວນການເຄືອນຍ້າຍໂຮງຮຽນສ້າງຄູຈາກນາຄາວ ແຂວງຫົວພັນ ມາ ນໍ້າອຸ່ນ ເມືອງຄຳ ແຂວງຊຽງຂວາງ.
ຂະບວນການຂົນເຂົ້າ
ຂະບວນການຂົນເຂົ້າຂອງນັກສຶກສາ ແລະ ຄູອາຈານ.
ຄູຂຶ້ນຫ້ອງສອນ
ອາຈານ ອອນມາ ດາລາອ້ອມ ເປັນນັກຮຽນສ້າງຄູຊຸດທີ 1 ຖ່າຍໃນວັນທີ 12 1 1965 ເວລາກຽມຍ້າຍໂຮງຮຽນໄປຢູ່ຖໍ້າຄວາຍ.
Image ພາລະໜ້າທີ່ຂອງວິທະຍາໄລຄູຄັງໄຂ

ຕາມການມອບໝາຍຂອງກົມສ້າງຄູ, ກະຊວງສຶກສາທິການ, ວິທະຍາໄລຄູຄັງໄຂມີໜ້າທີ່ກໍ່ສ້າງຄູໃຫ້ແກ່ 2 ແຂວງພາກເໜືອຄື: ແຂວງຊຽງຂວາງແລະແຂວງຫົວພັນ, ນອກນັ້ນຍັງໄດ້ສ້າງຄູຊົນເຜົ່າຕາມໂຄງການ LABE ໃຫ້ແກ່ແຂວງຊຽງຂວາງ, ແຂວງຫົວພັນ, ແຂວງວຽງຈັນ, ແຂວງຫຼວງພະບາງ, ແຂວງບໍລິຄຳໄຊແລະເຂດພິເສດໄຊສົມບູນ.

ສາມາດຕິດຕໍ່ໄດ້

Email

khangkhay_ttc@yahoo.com

ເບີໂທລະສັບ

+856 61 215003

© ເວບໄຊ ວິທະຍາໄລຄູຄັງໄຂ. ສະຫງວນລິຄະສິດໜ່ວຍງານ ອອກແບບໂດຍ: ໄມສຸກ ຢ່າງເຈຍມົວ ແລະ ຈັນທະແສງ ໜ່ວຍ ງານ